6 ວິທີທົບທວນຕົນເອງໃຫ້ພ້ອມກັບການເລີ່ມຕົ້ນວຽກໃໝ່

ທ່ານເປັນບໍ່? ຕັ້ງໃຈກັບການເຮັດວຽກ ແຕ່ກໍຄິດຫຍັງບໍ່ອອກ…. ລອງໃຊ້ 6 ວິທີທົບທວນຕົນເອງໃຫ້ພ້ອມກັບການເລີ່ມຕົ້ນວຽກໃໝ່ ທີ່ພວກເຮົາຈະມາແນະນຳໃນມື້ນີ້. ເມື່ອເຮົາຕ້ອງປະເຊີນໜ້າກັບບັນຫາໃນການຄິດຄົ້ນງານ, ພະຍາຍາມແລ້ວແຕ່ກໍບໍ່ມີໄອເດຍອອກມາເລີຍ…. ນັ້ນອາດເປັນຍ້ອນເຮົາເລືອກຊ່ວງເວລາໃນການສ້າງສັນຜົນງານ ບໍ່ກົງກັບທຳມະຊາດຂອງຮ່າງກາຍ (Natural Circadian Clock). ຄວາມເປັນຈິງແມ່ນ ເຮົາຄວນໃຫ້ຄວາມສຳຄັນກັບສິ່ງທີ່ເອີ້ນວ່າ “ໂມງຊີວະພາບ” ເພາະສິ່ງນີ້ເປັນການຄວບຄຸມເວລາການເຮັດວຽກຂອງຮ່າງກາຍ ທັງຍັງກຳນົດຊ່ວງເວລາໃນການຫຼັ່ງຂອງຮໍໂມນ ແລະ ກຳນົດອຸນຫະພູມໃນຮ່າງກາຍອີກດ້ວຍ. ຜົນວິໄຈທາງວິທະຍາສາດບອກວ່າ ຮ່າງກາຍຂອງມະນຸດມີການຈັດສັນຮໍໂມນບໍ່ຄືກັນ ເຮັດໃຫ້ມີບາງຊ່ວງເວລາທີ່ຮ່າງກາຍເຮັດວຽກໄດ້ດີກວ່າຊ່ວງເວລາອື່ນໆເຊັ່ນ “ຕອນເຊົ້າ” ເຊິ່ງເປັນເວລາທີ່ເໝາະກັບວຽກທີ່ຕ້ອງໃຊ້ຄວາມຄິດສ້າງສັນເຊັ່ນ: ງານຂຽນ, ງານສິນລະປະ, ຊ່ວງເວລານີ້ຖືກພິສູດໂດຍນັກວິທະຍາສາດແລ້ວວ່າເປັນຕອນທີ່ສະໝອງເຊື່ອມໂຍງຂໍ້ມູນໄດ້ດີກວ່າຊ່ວງເວລາອື່ນ. ນອກຈາກນັ້ນ, ຍັງເປັນຊ່ວງເວລາທີ່ສະໝອງສ່ວນໜ້າ (Prefrontal - Cortex) ເຮັດວຽກໄດ້ດີທີ່ສຸດອີກດ້ວຍ ເພາະຍັງບໍ່ມີການຕັດສິນໃຈ ຫຼື ເລີ່ມຄິດວຽກ. ດັ່ງນັ້ນ, ສະໝອງຈຶ່ງໂລ່ງ ແລະ ພ້ອມຮັບໄອເດຍໃໝ່ໆຫຼາຍກວ່າເວລາອື່ນ. ນອກຈາກການຄິດງານສ້າງສັນໃນຕອນເຊົ້າແລ້ວ ກໍຍັງມີອີກຊ່ວງເວລາທີ່ຈະຊ່ວຍເພີ່ມຄວາມຄິດສ້າງສັນຂອງເຮົານັ້ນ ກໍຄືຊ່ວງເວລາທີ່ເຮົາຢຸດເຮັດວຽກແລ້ວປ່ຽນບັນຍາກາດໄປເຮັດກິດຈະກຳທີ່ມັກ ເຊັ່ນ: ອອກໄປຢ່າງຫຼີ້ນ ຫຼື ອ່ານໜັງສືທີ່ມັກ, ເຮົາເອີ້ນຊ່ວງເວລານີ້ວ່າ “Newton Phase” ເຊິ່ງມີທີ່ມາ ມາຈາກການທີ່ “ໄອແຊັກ ນິວຕັນ” ຄິດຄົ້ນທິດສະດີແຮງດຶງດູດໄດ້ …

10 ປະການ ຂອງການອອກແບບທີ່ດີມີຫຍັງແດ່?

ການອອກແບບຂອງເຮົາດີພໍແລ້ວ ຫຼື ຍັງ? ລອງມາກວດເບິ່ງ 10 ຂໍ້ຕໍ່ໄປນີ້ເລີຍ!!! . ທຸກຢ່າງໃນໂລກລ້ວນແຕ່ຕ້ອງມີການອອກແບບກ່ອນທີ່ຈະເກີດຂຶ້ນແທ້ ຖ້າບໍ່ມີການຄຳນຶງເຖິງປັດໄຈໃດໆເລີຍ ທຸກຄົນກໍສາມາດປະກອບອາຊີບເປັນນັກອອກແບບໄດ້…ແຕ່ຖ້າມີການຄຳນຶງເຖິງປັດໄຈຕ່າງໆແລ້ວ ແບບໃດທີ່ເອີ້ນວ່າ “ການອອກແບບທີ່ດີ” ມື້ນີ້ Comet ຈະພາທຸກຄົນໄປຫາຄຳຕອບກັນ!!! . 1. ການອອກແບບທີ່ດີ ຕ້ອງເປັນນະວັດຕະກຳ🤓 . ເມື່ອມີໂອກາດໃນການອອກແບບສິ່ງຂອງໃດໜຶ່ງ ເຮົາຕ້ອງແນ່ໃຈວ່າການອອກແບບຂອງເຮົາເຮັດໃຫ້ເກີດສິ່ງໃໝ່ໆ ທີ່ມີເອກະລັກສະເພາະຕົວ ແລະ ເປັນສິ່ງທີ່ດີທີ່ສຸດໃນຕອນນັ້ນໃຫ້ໄດ້! . 2. ການອອກແບບທີ່ດີ ຕ້ອງເຮັດໃຫ້ສິນຄ້າມີປະໂຫຍດ👍 . ໜຶ່ງໃນປັດໄຈທີ່ໃຊ້ວັດແທກຄວາມສຳເລັດຂອງການອອກແບບ ກໍຄືປະໂຫຍດຂອງມັນເອງ ໂດຍຈະມີລະບົບການໃຊ້ງານ ຫຼື ໜ້າທີ່ທີ່ສະເພາະເຈາະຈົງ ແລະ ອາດຈະຕ້ອງຫຼຸດຜ່ອນບາງຢ່າງທີ່ອາດຈະເຮັດໃຫ້ປະໂຫຍດຂອງມັນຫຼຸດລົງໄປ. . 3. ການອອກແບບທີ່ດີ ຕ້ອງມີຄວາມງົດງາມ💐 . ຄວາມສວຍງາມຂອງການອອກແບບຈະເຮັດໜ້າທີ່ເປັນຄວາມສຸກທາງສາຍຕາສຳລັບຜູ້ໃຊ້ງານຢ່າງຫຼວງຫຼາຍ ແຕ່ຢ່າລືມຄຳນຶງເຖິງລະບົບທີ່ເຮົາວາງໄວ້ນຳ ງາມຢ່າງດຽວບໍ່ໄດ້! . 4.ການອອກແບບທີ່ດີ ຕ້ອງເຮັດໃຫ້ຜູ້ໃຊ້ງານເຂົ້າໃຈໃນສິນຄ້າຂອງເຮົາ🤔 . ຈະຕ້ອງມີຄວາມຊັດເຈນໃນຕົວເອງບໍ່ຊັບຊ້ອນຫຼາຍເກີນໄປ ແລະ ງ່າຍຕໍ່ກັບການທຳຄວາມເຂົ້າໃຈຂອງຜູ້ໃຊ້ງານ. . 5. ການອອກແບບທີ່ດີ …