Unreal Engine ຊອບແວທີ່ນັກພັດທະນາເກມຄວນຮູ້ຈັກ
ຮູ້ ຫຼື ບໍ່ ກວ່າຈະມາເປັນເກມທີ່ມີພາບງາມໆ ເນື້ອຫາດີໆ ດົນຕີມ່ວນໆໃຫ້ເຮົາໄດ້ເສບໃນເວລາທີ່ຫຼິ້ນ. ການມີ Teamwork ທີ່ແຂງແກ່ນ, ຄວາມອົດທົນພະຍາຍາມ ແລະ ຊຳນານຂອງທີມພັດທະນາແລ້ວ ເຄື່ອງມືແຈ່ມໆທີ່ສາມາດເນລະມິດທຸກໄອເດຍໃຫ້ເປັນຮູບຮ່າງ ບວກກັບຟີເຈີທີ່ຫຼາກຫຼາຍ ແລະ ເປັນມິດກັບຜູ້ໃຊ້ກໍແມ່ນໜຶ່ງໃນເບື້ອງຫຼັງຂອງຄວາມສຳເລັດ. 👉🏻 Unreal Engine ແມ່ນ Game Engine ຫຼື ຊອບແວສຳລັບສ້າງວີດີໂອເກມ ທີ່ພັດທະນາໂດຍບໍລິສັດເກມຊື່ດັງ Epic Games ທີ່ກຳລັງມີດຣາມາກັບບໍລິສັດເທັກຍັກໃຫຍ່ Apple ທີ່ໄດ້ຂູ່ຈະຕັດ Unreal Engine ອອກຈາກບັນຊີນັກພັດທະນາ ແລະ ເຄື່ອງມືພັດທະນາໃນລະບົບປະຕິບັດການ iOS & MacOS ແລະ ຄຳຄູ່ນີ້ໄດ້ເຮັດໃຫ້ວົງການເກມຕ້ອງສັ່ນສະເທືອນ!!! ແລ້ວ UE ມັນແມ່ນຫຍັງ? ມາຮູ້ຈັກຊອບແວນີ້ໃຫ້ຫຼາຍຂຶ້ນກັນ! 👉🏻 Unreal Engine Unreal ແມ່ນຊຸດເຄື່ອງມືເຕັມຮູບແບບທີ່ຊ່ວຍໃຫ້ນັກພັດທະນາ ແລະ ນັກອອກແບບວີດີໂອເກມສາມາດສ້າງສະພາບແວດລ້ອມແບບໂຕ້ຕອບທີ່ສົມຈິງໃນຄອມພິວເຕີ, ມືຖື ແລະ ແພລັດຟອມ Console …