Comet Call ແມ່ນຫຍັງ?

Comet call ແມ່ນຜະລິດຕະພັນຕົວໃໝ່ ເປັນລະບົບ co-browsing ທີ່ສ້າງໂດຍ Comet. Co-browsing ຫຍໍ້ມາຈາກຄຳວ່າ Collaborative browsing ແມ່ນການໃຊ້ໜ້າເວັບຮ່ວມກັນສອງຄົນ; ເຊິ່ງ Comet call ເຮັດໜ້າທີ່ເປັນຕົວກາງໃຫ້ລະຫວ່າງເຈົ້າໜ້າທີ່/ພະນັກງານກັບລູກຄ້າທີ່ ຊ່ວຍໃຫ້ທັງສອງ ຝ່າຍປະສານງານກັນງ່າຍຂຶ້ນໃນການກອກຂໍ້ມູນ ຫຼື ເອກະສານຜ່ານລະບົບອອນລາຍ (in real time). – ເປັນຫຍັງ co-browsing ຈຶ່ງສຳຄັນຕໍ່ທຸລະກິດ? ໃນບາງສະຖານະການເຮົາອາດພົບກັບບັນຫາກັບການຕື່ມຂໍ້ມູນໃນແອັບລິເຄຊັນ ຫຼື ຂຽນຟອມອອນ ລາຍໃນທະນາຄານ ແລະ ບໍ່ຮູ້ວ່າຈະຖາມໃຜດີ ຖ້າຖາມຄົນຮູ້ຈັກ ໝູ່ຄູ່ ບາງເທື່ອ ກໍບໍ່ໄດ້ຄຳຕອບຕາມທີ່ເຮົາ ຕ້ອງການ ຫຼື ເກີດຄວາມບໍ່ແນ່ໃຈໃນການຕື່ມຂໍ້ມູນ ເຊິ່ງ Comet call ໄດ້ຕອບໂຈດ ແລະ ມາແກ້ບັນຫາເຫຼົ່ານີ້ເພື່ອໃຫ້ສະດວກສະບາຍ, ງ່າຍ ແລະ ປະຢັດເວລາ. – Co-browsing ມີປະໂຫຍດກັບໃຜແດ່? Co-browsing ສາມາດເຂົ້າໄປຊ່ວຍ ແລະ …

ປະໂຫຍດຈາກການນຳໃຊ້ Agile

ທີມງານໂຄເມັດ ໄດ້ນຳໃຊ້ Agile ເຂົ້າໃນຂັ້ນຕອນຂອງການເຮັດວຽກພາຍໃນອົງກອນຕັ້ງແຕ່ໄລຍະເລີ່ມຕົ້ນຈົນຮອດປະຈຸບັນ ເຫັນໄດ້ເຖິງຜົນສຳເລັດທີ່ຜ່ານມາ ບົດຄວາມນີ້ຈຶ່ງມີຈຸດປະສົງຢາກແນະນຳຜູ້ອ່ານໃຫ້ຮູ້ຈັກວ່າ Agile ແມ່ນຫຍັງ ແລະ ມີປະ ໂຫຍດຕໍ່ອົງກອນແນວໃດແດ່. Agile ແມ່ນຫຍັງ Agile ແມ່ນຂະບວນການທີ່ຈະຊ່ວຍໃຫ້ເຮັດວຽກໄດ້ໄວຂື້ນ ໂດຍການຫຼຸດຜ່ອນຂັ້ນຕອນການເຮັດວຽກ ແລະ ເອກະສານ, ແລະ ສຸມໃສ່ການສື່ສານເປັນທີມຫຼາຍຂື້ນ ເພື່ອຮ່ວມກັນພັດທະນາຜະລິດຕະພັນໃຫ້ໄດ້ໄວ ພ້ອມທີ່ຈະໄດ້ຮັບການທົດສອບ ແລະ ກວມ ເອົາຄຳຕິຊົມຕ່າງໆ ເພື່ອກັບມາປັບປຸງເຊິ່ງຈະຊ່ວຍໃຫ້ການພັດທະນາຜະລິດຕະພັນສຳເລັດໄວ ແລະ ຕອບສະໜອງຄວາມຕ້ອງ ການຂອງຜູ້ຊົມໃຊ້ຫຼາຍຂຶ້ນ. 5 ຜົນປະໂຫຍດຂອງ Agile 1. ສ້າງຄວາມໂປ່ງໃສໃຫ້ກັບທຸກຝ່າຍທີ່ຕິດພັນຫຼາຍຂຶ້ນ 2. ສ້າງທີມງານທີ່ມີປະສິດທິຜົນຫຼາຍຂຶ້ນ ພ້ອມຕໍ່ການປ່ຽນແປງ 3. ສົ່ງຜົນງານໃຫ້ກັບລູກຄ້າໄດ້ໄວຂຶ້ນ ແລະ ທັນເວລາ ເປັນໄປຕາມເປົ້າໝາຍທີ່ກຳນົດ 4. ສ້າງຜົນງານທີ່ມີຄຸນນະພາບ ແລະ ເພີ່ມປະສົບການການນຳໃຊ້ທີ່ດີ 5. ສ້າງຄວາມມ່ວນຊື່ນໃນຂັ້ນຕອນເຮັດວຽກ ປະສານງານຢ່າງຕໍ່ເນື່ອງ ແລະ ໄວຂຶ້ນ ສະຫຼຸບເນື້ອຫາໂດຍຫຍໍ້ ເພື່ອເຂົ້າໃຈແນວຄວາມຄິດຂອງການເຮັດວຽກຂອງ Agile. Agile …

ເປັນຫຍັງ App ເທິງມືຖືຕ້ອງໄດ້ຮັບການບຳລຸງຮັກສາ?

ທ່ານເຄີຍມີຄຳຖາມແມ່ນບໍ່ວ່າຍ້ອນຫຍັງຕ້ອງລົງທຶນໃນການບຳລຸງຮັກສາແອ້ບອີກ ທັງທີ່ໄດ້ມີການລົງທຶນໃນຂັ້ນ ພັດທະນາໄປແລ້ວ. ເຫດຜົນຫຼັກໆໄດ້ຖືກນຳສະເໜີຢູ່ໃນບົດຄວາມນີ້ ລອງອ່ານກັນເລີຍ! 1. ພັດທະນາລະບົບ ການພັດທະນາລະບົບ ທີ່ປະກອບມີຄຸນສົມບັດ ແລະ ໜ້າທີ່ໃໝ່ໃນລະບົບ Android ຫຼື iOS ໃດໆ ແມ່ນມີຈຸດ ປະສົງຊ່ວຍເພີ່ມປະສິດທິພາບ, ຂະໜາດ, ການປະຕິບັດ ແລະ ຄວາມປອດໄພຂອງແອ້ບ. ການພັດທະນາຢ່າງຕໍ່ ເນື່ອງແມ່ນເພື່ອຮັບປະກັນຄຸນນະພາບ ແລະ ການທົດສອບຕ່າງໆ ໃນຂະນະດຽວກັນແມ່ນຊ່ວຍຫຼຸດຜ່ອນບັນຫາທີ່ອາດເກີດຂື້ນຈາກລະບົບທີ່ມີຢູ່ກ່ອນ. ລະບົບປະຕິບັດການໃນແອ້ບຄວນມີການພັດທະນາຢ່າງເປັນປະຈຳ, ທຸກຄັ້ງທີ່ມີຄວາມກ້າວໜ້າໃນເຕັກໂນໂລຢີ ສົ່ງຜົນໃຫ້ຫຼາຍໆ ແອ້ບບໍ່ສາມາດໃຊ້ງານໄດ້ ເນື່ອງລະບົບບໍ່ຮອງຮັບ. ດັ່ງນັ້ນ, ມັນຈຶ່ງສຳຄັນທີ່ຈະຍົກລະດັບ ແລະ ພັດທະນາລະບົບປະຕິບັດການຢ່າງສະໝ່ຳສະເໝີ ເພື່ອໃຫ້ແອ້ບດຳເນີນການຕໍ່ໄປ. 2. ສະໜອງ UX/ UI ທີ່ມີປະສິດທິພາບ User Experience (UX) ແລະ User Interface (UI) ມີບົດບາດສຳຄັນໃນການເຮັດໃຫ້ ແອ້ບເທິງມືຖືປະ ສົບຜົນສຳເລັດ ເນື່ອງຈາກທັງສອງຂັ້ນຕອນແມ່ນແນໃສ່ການສະໜອງຄວາມຕ້ອງການ ແລະ ສ້າງຄວາມພຶງພໍໃຈໃຫ້ ກັບຜູ້ນຳໃຊ້ແອ້ບ, …

ສ້າງເວັບໄຊດ້ວຍ React Hooks

ສະບາຍດີທຸກໆຄົນທີ່ເຂົ້າມາອ່ານບົດຄວາມນີ້ ຫຼື ບໍ່? ແຕ່ເຖິງຈະເຂົ້າມາໃນຮູບແບບໃດກໍຕາມຜູ້ຂຽນກໍຢາກຈະມາແຊຄວາມຮູ້ເລັກໆນ້ອຍໆ ເພື່ອອາດຈະເປັນປະໂຫຍດບໍ່ໜ້ອຍກະຫຼາຍສຳລັບທຸກຄົນທີ່ກຳລັງສຶກສາກ່ຽວກັບການສ້າງ Web Application ດ້ວຍ React Hooks. ເຊິ່ງກ່ອນອື່ນເຮົາຈະມາໃຫ້ນິຍາມຄຳວ່າ React Hooks ກ່ອນວ່າມັນແມ່ນຫຍັງ? ແລ້ວເປັນຫຍັງເຮົາຕ້ອງໃຊ້ມັນ? ໂດຍອີງຕາມການນິຍາມຈາກຫຼາຍໆເວັບຜູ້ຂຽນສາມາດສະຫຼຸບໃຈຄວາມຫຼັກໆໄດ້ດັ່ງນີ້: ໃນ React ແມ່ນເຮົາຈະສາມາດຂຽນໄດ້ 2 ຮູບແບບຫຼັກໆຄື class component (stateful component) ແລະ function component (stateless component). ຄວາມແຕກຕ່າງຂອງ 2 ຮູບແບບແມ່ນເລື່ອງ performance ເພາະວ່າ class component ແມ່ນຈຳເປັນຈະຕ້ອງສຶບທອດ component class ຈາກ React Library ຈະດຶງເອົາຄວາມສາມາດທັງໝົດທີ່ຢູ່ໃນ library. ເຊິ່ງສົ່ງຜົນໃຫ້ມັນສາມາດ re-render ໄດ້ໂດຍການໃຊ້ setState ແລະ ຍັງສາມາດເຂົ້າເຖິງ lifecycle ຂອງ React ໄດ້ທັງໝົດ, …

ເປັນຫຍັງຕ້ອງຮູ້ຈັກກັບ UX/ UI?

ຖ້າເວົ້າເຖິງຄຳວ່າ UX/ UI ໃຫ້ກັບບຸກຄົນທົ່ວໄປທີ່ບໍ່ໄດ້ຢູ່ໃນວົງການ ຫຼື ພົວພັນກັບໄອທີ, ແອດຄິດວ່າຄົນກຸ່ມນີ້ ຕ້ອງຕັ້ງຄຳຖາມ ຂຶ້ນມາທັນທີວ່າ UX/ UI ແມ່ນຫຍັງ? ຈຸດປະສົງຂອງບົດຄວາມນີ້ ແມ່ນຢາກຊ່ວຍອະທິບາຍ 2 ຄຳນີ້ໃຫ້ເຂົ້າໃຈງ່າຍຂຶ້ນ ແລະ ເຫັນພາບຊັດເຈນຂຶ້ນໃນຄວາມໝາຍ ທີ່ຕິດພັນກັບດ້ານການບໍລິຫານ ແລະ ການຕະຫຼາດ. UX ແມ່ນຫຍັງ? User eXperience (UX) ແປຕາມໂຕ ກໍຄື ປະສົບການຂອງຜູ້ໃຊ້ ເຊິ່ງປະສົບການໃນທີ່ນີ້ແມ່ນ ມາຈາກການໃຊ້ (Usability), ແລະ ການເຂົ້າເຖິງ (Accessibility). UX Design ແມ່ນການອອກແບບສິນຄ້າໂດຍພະຍາຍາມເຂົ້າໃຈຜູ້ໃຊ້ ເປັນອັນດັບທຳອິດ ເພື່ອສ້າງສິນຄ້ານັ້ນໃຫ້ມີຜົນປະໂຫຍດສູງທີ່ສຸດ. ຕົວຢ່າງ ສົມມຸດໃນມື້ນີ້ເຮົາມີສິນຄ້າທີ່ພະຍາຍາມເຮັດອອກມາຂາຍ ສິ່ງທຳອິດຂອງເຈົ້າຂອງ ທຸລະກິດຄິດຫາແມ່ນການ ຕັ້ງເປົ້າໝາຍ ແລະ ຫາວິທີການໃຫ້ຜູ້ໃຊ້ຫັນມາຊື້ສິນຄ້າໂຕເອງຫຼາຍກວ່າຄູ່ແຂ່ງ ສ່ວນໃຫຍ່ຈຶ່ງໄປເນັ້ນໃສ່ແຜນການຕະຫຼາດ ຕ່າງໆ ຈົນລືມຄວາມຕ້ອງການແທ້ໆຂອງຜູ້ໃຊ້ ແລະ ສົ່ງຜົນໃຫ້ຄວາມຄາດຫວັງຂອງຜູ້ໃຊ້ບໍ່ເປັນໄປຕາມທີ່ຕ້ອງການ ແລະ ບໍ່ຮູ້ວ່າ ແມ່ນຫຍັງແມ່ນຄວາມຜິດພາດທີ່ແທ້ຈິງ …

ມືໃຫມ່ຫັດໃຊ້ Android Navigation Component (Kotlin)

ສະບາຍດີ ກັບທຸກຄົນທີ່ກໍາລັງຊອກຫາຫຍັງກະຕາມທີ່ພາຫລົງເຂົ້າມາໃນບົດຄວາມນີ້ຫວັງຈະພົບກັບສິ່ງທີ່ຕ້ອງການ. ນັບໄດ້ວ່າ ບົດຄວາມນີ້ເປັນງານຂຽນຊິ້ນທໍາອິດທີ່ຂຽນຂື້ນມາໃນຊີວິດກະວ່າໄດ້ ຖ້າມີຫຍັງຜິດພາດປະການໃດ ສາມາດຕິຊົມໄດ້ ເພື່ອຜູ້ຂຽນຈະໄດ້ນໍາໄປພັດທະນາ. Navigation Component ສໍາລັບທີ່ຄົນສົງໃສວ່າ Navigation Component ແມ່ນຫຍັງ? ຜູ້ຂຽນຈະສະຫລຸບ ຕາມການນໍາໃຊ້ຈິງຈາກປະສົບການຂອງຕົນໃຫ້ ເຂົ້າໃຈງ່າຍທີ່ສຸດ. Activity ສ່ວນຄວບຄຸມສະແດງຫນ້າຕາຂອງແອ໋ບໂທລະສັບຄາຍກັບຫນ້າເຈ້ຍຫນຶ່ງ ເຊັ່ນ: ປຸ່ມກົດ, ຮູບພາບ … Fragment ສ່ວນຄວບຄຸມສະແດງອີກຮູບແບບຫນຶ່ງເຊິ່ງມັນຈະທັບຊ້ອນສະແດງໃນ Activity ອີກຮອບ. Navigation Component ເປັນ Navigation ຮູບແບບຫນຶ່ງ ທີ່ນໍາໃຊ້ ປ່ຽນ Fragment ຫນຶ່ງ ໄປ Fragment ໃຫມ່ ໂດຍເມື່ອກ່ອນຈະໃຊ້ Fragment Transaction ໂດຍສ່ວນຕົວພົບບັນຫາເວລານໍາໄປປະຍຸກໃຊ້, ແຕ່ຕົວ Navigation Component ຈະຊ່ວຍລົດຄວາມຫຍຸ້ງຍາກ ແລະ ເຫັນພາບໄດ້ຫລາຍກວ່າ. ເນື່ອງຈາກ ຫນ້າຕາແອ໋ບໂທລະສັບ ໃນຍຸກປະຈຸບັນເປັນເລື່ອງສໍາຄັນຈຶ່ງມີການພັດທະນາ ສ່ວນສະແດງ UI ມາໃຫ້ຕອບໂຈດໃຫ້ນັກພັດທະນາຂຽນ View …

ການ build ແອັບ ແບບ CI ເພື່ອປະຢັດເວລາດ້ວຍ Bitrise

ເບື່ອບໍ່ ເວລາຂຽນ code ແລ້ວຕ້ອງມານັ່ງ test ຢືນ build ຖ້າຄອມກາກແຮ່ງເສຍເວລາໄປຕື່ມອີກ ແມ່ນແລ້ວ ມື້ນີ້ Comet ເຮົາມີຜະລິດຕະພັນໃຫມ່ມານໍາສະເໜີ ກໍຄື CI ດ້ວຍ Bitrise ບໍ່ລໍຊ້າ ພຽງແຕ່ໂທມາພາຍໃນ ສິບນາທີນີ້ເທົ່ານັ້ນ. . . ຢອກໆ ມາເລີ່ມກັນບ່ອນ CI ຫຼື Continuous Integration ແມ່ນຂະບວນການພັດທະນາ Software ທີ່ເຊື່ອມຕໍ່ກັນໃນແຕ່ລະຂັ້ນຕອນ ຕັ້ງແຕ່ແກ້ code ຈົນຮອດ build ແລະ test ທີ່ເກີດຂື້ນ ແບບ Automatic ໂດຍທີ່ເຮົາສາມາດກໍານົດໄດ້ວ່າໃນຂະບວນການນັ້ນ ຢາກໃຫ້ມີscriptຫຍັງ ຖືກrun ແນ່ ພໍຮູ້ ຄອນເຊັບລະເຮົາມາລອງໃຊ້ໃນການຂຽນແອັບແທ້ເບີ່ງບາດນິ ໂດຍບົດຄວາມນີ້ຈະໃຊ້ flutter ໃນການສ້າງແອັບ ສິ່ງທີ່ຕ້ອງກຽມ 1. account ຂອງ Bitrise 2. account …

ຢາກສົ່ງສິນຄ້າອອນລາຍ ເລືອກໃຊ້ຂົນສົ່ງໃດດີ…??

ການແຂ່ງຂັນທຸລະກິດຂົນສົ່ງໃນລາວປະຈຸບັນນີ້ ກຳລັງໜາແໜ້ນຂຶ້ນຢ່າງເຫັນໄດ້ຊັດ ເນື່ອງຈາກອັດຕາການເຕີບໂຕຂອງຮ້ານຄ້າອອນລາຍ ຫຼື ການຄ້າຜ່ານລະບົບອິເລັກໂຕຼນິກ ທີ່ເພີ່ມຂຶ້ນຈາກປັດໄຈຕ່າງໆ ບໍ່ວ່າຈະແມ່ນການພັດທະນາຂອງເຕັກໂນໂລຢີ ຫຼື ການເກິດຂຶ້ນຂອງໂລກລະບາດເຊັ່ນ Covid-19 ທີ່ເຮັດໃຫ້ຜູ້ບໍລິໂພກບໍ່ຕ້ອງການອອກຈາກບ້ານ. ລອງສັງເກດຕາມຖະໜົນຫົນທາງ ໂດຍສະເພາະໃນເຂດນະຄອນຫຼວງ ຈະມີລົດຈັກພ້ອມກ່ອງໃສ່ເຄື່ອງທ້າຍລົດຫຼາກຫຼາຍສີ. ນອກຈາກສີບົວ ແລະ ສີຟ້າ ທີ່ແມ່ນລົດຂອງບໍລິສັດສັ່ງອາຫານລາຍໃຫຍ່ແລ້ວກໍຍັງມີ ສີແດງ, ສີເຫຼືອງ, ສີຂາວ, ສີຂຽວ ແລະ ສີອື່ນໆ ທີ່ຮັບບໍລິການຂົນສົ່ງເຄື່ອງອອນລາຍທຸກຢ່າງ. ຈາກການຄົ້ນຫາບໍລິການນີ້ທາງ Facebook, ແອດພົບຫຼາຍກວ່າ 20 page ທີ່ໃຫ້ບໍລິການ! ແມ່ນແລ້ວ ຫຼາຍກວ່າ 20 ອີ່ຫຼີ… ແລ້ວຖ້າທ່ານແມ່ນຮ້ານຄ້າ ທ່ານຈະເລືອກໃຊ້ບໍລິການຂົນສົ່ງຈາກປັດໄຈໃດດີລະ ?? 1. ຈຳນວນຈຸດບໍລິການ ຫຼື ສາຂາທີ່ຮັບ-ສົ່ງເຄື່ອງ, ມີໜ້ອຍຫຼາຍ ຫຼື ຢູ່ເຂດໃດແດ່ 2. ລາຄາທີ່ບໍ່ແພງເກີນໄປ 3. ໄລຍະເວລາການສົ່ງ, ຄວາມໄວໃນການລໍຖ້າຮັບເຄື່ອງ 4. ຄວາມໜ້າເຊື່ອຖືຂອງຜູ້ໃຫ້ບໍລິການ 5. ລະບົບຕິດຕາມເຄື່ອງ, ເຕັກໂນໂລຢີທີ່ທັນສະໄໝທັງຝັ່ງຮ້ານຄ້າ ແລະ …

E-Wallet ແມ່ນຫຍັງ?

ແອດມິນເຊື່ອວ່າ ບໍ່ດົນມານີ້ຫຼາຍໆຄົນອາດຈະເຄີຍໄດ້ຍິນຂ່າວເປິດໂຕ app e-wallet ຫຼື ກະເປົາເງິນເທິງມືຖື. ພາຍຫຼັງຮູ້ຂ່າວ ແອດກໍ່ເກີດຄຳຖາມໃນໃຈວ່າເປັນຫຍັງຕ້ອງມີ app ນີ້ຕື່ມອີກ ໃນເມື່ອເຮົາກໍ່ມີ app mobile banking ໃຊ້ເປັນປະຈຳຢູ່ແລ້ວ… ເຊິ່ງໃນບົດຄວາມນີ້ ແອດຢາກນຳສະເໜີຄວາມຮູ້ກ່ຽວກັບ E-Wallet ໃຫ້ກັບຜູ້ອ່ານໄດ້ເຂົ້າໃຈໄປພ້ອມໆກັນ. E-Wallet ແມ່ນຫຍັງ? ມັນຕ່າງຈາກ app ທະນາຄານເທິງມືຖື ແນວໃດ? ແມ່ນກະເປົາເງິນເທິງມືຖື ໄວ້ຊື້ສິນຄ້າອອນລາຍ ຫຼື ໄວ້ຈ່າຍຄ່າບໍລິການຕ່າງໆ…ເອົ້າ! ລະມັນຕ່າງຫຍັງກັບ app ທະນາຄານເທິງມືຖື ທີ່ເຮົາຄຸ້ນເຄີຍກັນແລ້ວ… ແອດຂໍບອກວ່າພວກເຂົາມີຈຸດປະສົງດຽວກັນກໍ່ຄືກະຕຸ້ນໃຫ້ສັງຄົມລາວກາຍເປັນສັງຄົມທີ່ປາສະຈາກເງິນສົດ ພຽງແຕ່ແຕກຕ່າງກັນທີ່ການສ້າງພັນທະມິດກັບຮ້ານຄ້າພ້ອມທັງສິດຜົນປະໂຫຍດທີ່ຜູ້ໃຊ້ແຕ່ລະ app ຈະໄດ້ຮັບນັ້ນເອງ. ປັດໄຈທີ່ເຮັດໃຫ້ເກິດມີ E-Wallet? ປັດໄຈທີ່ສຳຄັນທີ່ເຮັດໃຫ້ເກີດມີ e-wallet ມີຄື ການຊື້ຂາຍໃນຕະຫຼາດອອນລາຍ ຫຼື e-commerce, ຄວາມຕ້ອງການເຂົ້າເຖິງພຶດຕິກຳການຊື້ຂາຍຂອງສ່ວນບຸກຄົນ, ແລະ ທີ່ສຳຄັນສຸດແມ່ນນະໂຍບາຍສະໜັບສະໜຸນໂດຍລັດຖະບານ. ການຊື້ຂາຍໃນຕະຫຼາດອອນລາຍ ຫຼື E-Commerce ບໍ່ວ່າຈະແມ່ນປັດໄຈດ້ານເຕັກໂນໂລຊີທີ່ມີການພັດທະນາທຸກມື້ນີ້ ຫຼື ແມ້ແຕ່ສະຖານະການໂລກລະບາດທີ່ໂລກເຮົາກຳລັງປະສົບລ້ວນແລ້ວແຕ່ກະຕຸ້ນໃຫ້ເກີດມີການຊື້ຂາຍໃນຕະຫຼາດອອນລາຍເພີ່ມສູງຂຶ້ນ ແລະ …

Business Intelligence (BI) ແມ່ນຫຍັງ?

BI ແມ່ນ software ທີ່ໃຊ້ໃນການວິເຄາະຂໍ້ມູນທາງທຸລະກິດ ໂດຍສາມາດນຳສະເໜີໃນຮູບແບບ visualization ເພື່ອໃຊ້ໃນການປະກອບການຕັດສິນໃຈ. Source: blog.finnomena.com ແລ້ວ visualization ໝາຍເຖິງຫຍັງ ເຮົາຈະຍົກຕົວຢ່າງໃຫ້ເຫັນພາບໄປນຳກັນ… ຕົວຢ່າງ ບົດລາຍງານຍອດຂາຍສິນຄ້າຂອງບໍລິສັດໜຶ່ງ, ຖ້າລາຍງານຍອດຂາຍໃນຕາຕະລາງ Excel ຈະບໍ່ຊ່ວຍໃຫ້ບັນດາຜູ້ບໍລິຫານເຂົ້າໃຈສະຖານະການໄດ້ດີ ແລະ ອາດຈະບໍ່ສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງ. ສະນັ້ນເຮົາຕ້ອງນຳມາ visualization ກ່ອນເຊິ່ງ BI ກໍ່ສະໜອງຂັ້ນຕອນນີ້ເຊັ່ນກັນ. Source: Pinterest ການ visualization ກໍ່ຄືການນຳສະເໜີບົດລາຍງານຍອດຂາຍດັ່ງກ່າວໃນຮູບແບບ graph, chart ຫຼື ຮູບພາບ ເນື່ອງຈາກຮູບແບບນີ້ຈະຊ່ວຍໃຫ້ຜູ້ອ່ານເຂົ້າໃຈໄວ ແລະ ຈື່ງ່າຍຂຶ້ນ. ອີງຕາມຄວາມໝາຍຂອງ BI ແລ້ວ, ຄຸນປະໂຫຍດຂອງ BI ອາດຈະບໍ່ເໝາະກັບທຸກຕຳແໜ່ງໂດຍສະເພາະຕຳແໜ່ງງານ ຫຼື ໜ້າວຽກທີ່ບໍ່ມີສ່ວນໃນການຕັດສິນໃຈໃນຂັ້ນຕອນດຳເນີນງານຂອງທຸລະກິດ. BI ເໝາະກັບພະແນກໃດ? ໂດຍລວມແລ້ວ BI ມີປະໂຫຍດກັບທຸກໆພະແນກ ຫຼື ໜ່ວຍງານໃນບໍລິສັດ ທັງນີ້ຂຶ້ນນຳຄວາມຈຳເປັນຂອງແຕ່ລະບໍລິສັດ ເພາະຮູບແບບປະເພດທຸລະກິດທີ່ແຕກຕ່າງ ຍ່ອມມີຄວາມຈຳເປັນທີ່ຕ່າງກັນ. …