Apps Vs Dapps ຕ່າງກັນແນວໃດ?

😳 ອ້າວວວ ມັນບໍ່ແມ່ນອັນດຽວກັນຫວາ? ໂຄເມັດໄດ້ຫາຄຳຕອບແບບເຂົ້າໃຈງ່າຍມາໃຫ້ແລ້ວ ↙️

👉🏻 Apps ກໍຄືແອັບພລິເຄຊັນທີ່ເຮົາກຳລັງໃຊ້ໃນຂະນີ້ ເປັນຊອບແວທີ່ເຮັດວຽກເທິງ desktop ຫຼື ມືຖື.

🔅ຕົວຢ່າງ: Microsoft Word ແມ່ນແອັບທີ່ໃຊ້ໃນ Windows, ໃນຂະນະທີ່ Whataspp ແມ່ນແອັບທີ່ໃຊ້ໃນໂທລະສັບ Android ຫຼື iPhone.

[ຕາມຮູບ] ແອັບທີ່ເຮົາໃຊ້ກັນໃນຂະນະນີ້ສ່ວນໃຫຍ່ແມ່ນຈະມີການເກັບຂໍ້ມູນໄວ້ໃນຖານຂໍ້ມູນ (Data Center) ເຊິ່ງຈະຖືກຮັບຜິດຊອບໂດຍຜູ້ໃຫ້ບໍລິການຂອງເຄືອຂ່າຍນັ້ນໆ (ISP).

👉🏻 Dapps ແມ່ນຫຍັງ?
Dapps ຫຼື Decentralized application ແມ່ນແອັບທີ່ບໍ່ມີຕົວກາງ ສ້າງຂຶ້ນຢູ່ເທິງເຄືອຂ່າຍຂອງບລັອກເຊນ (Blockchain) ເຊິ່ງເປັນເຄືອຂ່າຍແບບ P2P (Peer-to-peer) ເຮັດໃຫ້ແອັບບໍ່ຖືກຄວບຄຸມ ຫຼື ຖືກຍົກເລີກໄດ້ ແລະ ການປະຕິບັດງານຂອງ Dapps ແມ່ນມີຄວາມໂປ່ງໃສ ທີ່ຂໍ້ມູນ ແລະ ການເຮັດທຸລະກຳແມ່ນບໍ່ສາມາດຖືກລຶບອອກໄດ້ຫຼັງຈາກທີ່ມັນຖືກສ້າງຂຶ້ນ.

[ຕາມຮູບ] ຂໍ້ມູນຈະຖືກເກັບໄວ້ແບບກະຈາຍສູນເຊິ່ງທຸກຄົນໃນເຄືອຂ່າຍຈະໄດ້ຮັບຂໍ້ມູນທີ່ຄືກັນ ແລະ ຊິ້ງ (synchronize) ກັນຢູ່ຕະຫຼອດ ແທນທີ່ຈະຖືກເກັບໄວ້ຢູ່ຖານຂໍ້ມູນຂອງຜູ້ໃຫ້ບໍລິການພຽງຄົນດຽວ.

⚠️ ເຫດຜົນທີ່ເຮັດໃຫ້ Dapps ຍັງບໍ່ເປັນທີ່ແຜ່ຫຼາຍ ⬇️
1️⃣ ບໍ່ເປັນມິດກັບຜູ້ໃຊ້ປານໃດ ເພາະຜູ້ໃຊ້ຕ້ອງໄດ້ຮຽນຮູ້ເພີ່ມເຕີມ ແລະ ເຮັດຄວາມເຂົ້າໃຈກ່ຽວກັບກະເປົ໋າເງິນ (wallet), ໂທເຄັນ (Tokens) ແລະ ທຸລະກຳອື່ນໆວ່າແມ່ນຫຍັງ, ໃຊ້ງານແນວໃດ.
2️⃣ ຜູ້ໃຊ້ຕ້ອງເສຍຄ່າທຳນຽມ (ຈຳນວນນ້ອຍ) ທຸກຄັ້ງທີ່ໃຊ້.
3️⃣ ຄວາມໄວໃນການປະມວນຜົນທີ່ຊ້າກວ່າ Apps.
4️⃣ ຍັງຕ້ອງໄດ້ອາໄສນັກພັດທະນາ ຈຶ່ງຍັງບໍ່ແມ່ນap Decentralized ຢ່າງແທ້ຈິງ.
5️⃣ ການສ້າງ ແລະ ອັບເດດແອັບທີ່ຫຍຸ້ງຍາກ.

ແນວໃດກໍແລ້ວແຕ່ (dApps) ແມ່ນຕົວຢ່າງທີ່ດີທີ່ສຸດທີ່ສະແດງໃຫ້ເຮົາໄດ້ເຫັນວ່າເທັກໂນໂລຢີບລັອກເຊນແມ່ນເປັນໄດ້ຫຼາຍກວ່າ ສະກຸນເງິນຄຣິບໂຕ ແລະ ໃນອະນາຄົດອັນບໍ່ໃກ້ ບໍ່ໄກມັນອາດຈະມາປະຕິວັດ (disrupts) apps ກໍເປັນໄດ້🤓 ຖ້າຕິດຕາມຕອນຕໍ່ໄປໆນຳກັນ ອິອິ😉

— — — — — — — — — — — —
ແຫຼ່ງຂໍ້ມູນ
(1) https://www.blockchain-council.org/blockchain/a-comprehensive-guide-on-how-dapps-differs-from-traditional-apps/
(2) https://medium.com/@RadJavXRJ/whats-the-difference-between-an-app-and-a-dapp-13fb52848556

Leave a Comment

Your email address will not be published. Required fields are marked *