ທ່ານເປັນບໍ່? ຕັ້ງໃຈກັບການເຮັດວຽກ ແຕ່ກໍຄິດຫຍັງບໍ່ອອກ….
ລອງໃຊ້ 6 ວິທີທົບທວນຕົນເອງໃຫ້ພ້ອມກັບການເລີ່ມຕົ້ນວຽກໃໝ່ ທີ່ພວກເຮົາຈະມາແນະນຳໃນມື້ນີ້.
ເມື່ອເຮົາຕ້ອງປະເຊີນໜ້າກັບບັນຫາໃນການຄິດຄົ້ນງານ, ພະຍາຍາມແລ້ວແຕ່ກໍບໍ່ມີໄອເດຍອອກມາເລີຍ…. ນັ້ນອາດເປັນຍ້ອນເຮົາເລືອກຊ່ວງເວລາໃນການສ້າງສັນຜົນງານ ບໍ່ກົງກັບທຳມະຊາດຂອງຮ່າງກາຍ (Natural Circadian Clock).
ຄວາມເປັນຈິງແມ່ນ ເຮົາຄວນໃຫ້ຄວາມສຳຄັນກັບສິ່ງທີ່ເອີ້ນວ່າ “ໂມງຊີວະພາບ” ເພາະສິ່ງນີ້ເປັນການຄວບຄຸມເວລາການເຮັດວຽກຂອງຮ່າງກາຍ ທັງຍັງກຳນົດຊ່ວງເວລາໃນການຫຼັ່ງຂອງຮໍໂມນ ແລະ ກຳນົດອຸນຫະພູມໃນຮ່າງກາຍອີກດ້ວຍ.
ຜົນວິໄຈທາງວິທະຍາສາດບອກວ່າ ຮ່າງກາຍຂອງມະນຸດມີການຈັດສັນຮໍໂມນບໍ່ຄືກັນ ເຮັດໃຫ້ມີບາງຊ່ວງເວລາທີ່ຮ່າງກາຍເຮັດວຽກໄດ້ດີກວ່າຊ່ວງເວລາອື່ນໆເຊັ່ນ “ຕອນເຊົ້າ” ເຊິ່ງເປັນເວລາທີ່ເໝາະກັບວຽກທີ່ຕ້ອງໃຊ້ຄວາມຄິດສ້າງສັນເຊັ່ນ: ງານຂຽນ, ງານສິນລະປະ, ຊ່ວງເວລານີ້ຖືກພິສູດໂດຍນັກວິທະຍາສາດແລ້ວວ່າເປັນຕອນທີ່ສະໝອງເຊື່ອມໂຍງຂໍ້ມູນໄດ້ດີກວ່າຊ່ວງເວລາອື່ນ.
ນອກຈາກນັ້ນ, ຍັງເປັນຊ່ວງເວລາທີ່ສະໝອງສ່ວນໜ້າ (Prefrontal - Cortex) ເຮັດວຽກໄດ້ດີທີ່ສຸດອີກດ້ວຍ ເພາະຍັງບໍ່ມີການຕັດສິນໃຈ ຫຼື ເລີ່ມຄິດວຽກ. ດັ່ງນັ້ນ, ສະໝອງຈຶ່ງໂລ່ງ ແລະ ພ້ອມຮັບໄອເດຍໃໝ່ໆຫຼາຍກວ່າເວລາອື່ນ.
ນອກຈາກການຄິດງານສ້າງສັນໃນຕອນເຊົ້າແລ້ວ ກໍຍັງມີອີກຊ່ວງເວລາທີ່ຈະຊ່ວຍເພີ່ມຄວາມຄິດສ້າງສັນຂອງເຮົານັ້ນ ກໍຄືຊ່ວງເວລາທີ່ເຮົາຢຸດເຮັດວຽກແລ້ວປ່ຽນບັນຍາກາດໄປເຮັດກິດຈະກຳທີ່ມັກ ເຊັ່ນ: ອອກໄປຢ່າງຫຼີ້ນ ຫຼື ອ່ານໜັງສືທີ່ມັກ, ເຮົາເອີ້ນຊ່ວງເວລານີ້ວ່າ “Newton Phase” ເຊິ່ງມີທີ່ມາ ມາຈາກການທີ່ “ໄອແຊັກ ນິວຕັນ” ຄິດຄົ້ນທິດສະດີແຮງດຶງດູດໄດ້ ໃນຂະນະທີ່ລາວກຳລັງພັກຜ່ອນຢູ່ກ້ອງຕົ້ນໝາກແອັບເປິ້ນນັ້ນເອງ.
ແຕ່ຖ້າເຮົາເລືອກເຮັດວຽກໃນຊ່ວງເວລາທີ່ສອດຄ່ອງກັບທຳມະຊາດຂອງຮ່າງກາຍແລ້ວ ກໍຍັງບໍ່ສາມາດຄິດວຽກໄດ້ຕາມທີ່ຄາດຫວັງໄດ້ ນັ້ນອາດເປັນຍ້ອນມີບາງຢ່າງດຶງເຮົາໄວ້ຢູ່ກໍເປັນໄດ້.
ບົດຄວາມຈາກ Lifehack ກ່າວໄວ້ວ່າ
“ຄວາມຢ້ານນີ້ແຫຼະ ທີ່ເປັນໂຕດຶງເຮົາໄວ້” ຢ່າງທຳອິດເລີຍແມ່ນ ຢ້ານທີ່ຈະຜິດພາດ, ຢ່າງທີ່ສອງແມ່ນ ຢ້ານທີ່ຈະຖືກວິພາກວິຈານ, ເຮົາຕ້ອງຍອມຮັບວ່າມັນເປັນເລື່ອງປົກກະຕິ ເພາະຄວາມມັກຂອງຄົນເຮົາມີຫຼາກຫຼາຍ ແລະ ຢ່າງສຸດທ້າຍແມ່ນ ເຮົາຢ້ານທີ່ຈະຄິດວຽກໃຫ້ຕ່າງຈາກວຽກເກົ່າ ເພາະເບິ່ງບໍ່ເຫັນແນວທາງທີ່ຊັດເຈນຄືງານກ່ອນໆ.
ແລ້ວຈະເອົາຊະນະຄວາມຢ້ານທີ່ເກີດຂຶ້ນໄດ້ແນວໃດ?
ຜູ້ຂຽນບົດຄວາມ “How To Overcome Fear & Let Your Creativity Flourish” ກ່າວໄວ້ວ່າ: ຂ້ອຍເອງກໍເຄີຍຢ້ານທີ່ຈະນຳນິຍາຍທີ່ແຕ່ງໄປຕີພີມຄືກັນ ເນື່ອງຈາກຢ້ານການຖືກປະຕິເສດ, ແຕ່ສຸດທ້າຍກໍສາມາດເອົາຊະນະຄວາມຢ້ານເຫຼົ່ານັ້ນໄດ້ ແລະ ໄດ້ຄິດວິທີເອົາຊະນະຄວາມຢ້ານດ້ວຍຕົນເອງໄວ້ດັ່ງນີ້:
1. ເວົ້າກັບຕົນເອງວ່າ: ເຮົາຢ້ານຫຍັງ?
ເພາະບາງເທື່ອເຮົາເກັບຄວາມຢ້ານເອົາໄວ້ໃນໃຈ ເຮັດໃຫ້ຈັດການຕົນເອງບໍ່ໄດ້ ແລະ ບໍ່ຢາກທີ່ຈະເລີ່ມຕົ້ນເຮັດ, ແຕ່ຖ້າເຮົາລົມກັບຕົນເອງຢ່າງກົງໄປກົງມາກ່ຽວກັບສິ່ງທີ່ຢ້ານ ແລະ ລອງຫາທາງແກ້ໄຂໃຫ້ກັບຄວາມຢ້ານເທື່ອລະຂໍ້ ກໍຈະຊ່ວຍໃຫ້ເຮົາເຫັນທົນທາງ ແລະ ກ້າທີ່ຈະເລີ່ມຕົ້ນຫຼາຍຂຶ້ນ.
2. ຍອມຮັບໃນຄວາມຮູ້ສຶກຂອງຕົນເອງ
ບໍ່ພະຍາຍາມບັງຄັບຕົນເອງໃຫ້ກັງວົນ ຫຼື ຢ້ານ ເພາະຄວາມຮູ້ສຶກບັງຄັບກັນບໍ່ໄດ້, ຈົ່ງຍອມຮັບ ແລະ ຫາທາງແກ້ໄຂ ເພື່ອໃຫ້ຕົນເອງສະບາຍໃຈແທນ.
3. ກຽມແຜນສຳຮອງ ຫຼື ແຜນ B
ເພາະຄວາມຢ້ານເກີດຈາກຄວາມບໍ່ຮູ້ ບໍ່ຮູ້ວ່າອີ່ຫຍັງຈະເກີດຂື້ນແນ່. ດັງນັ້ນ, ການມີແຜນສຳຮອງສຳລັບສະຖະນາການຕ່າງໆ ເປັນສິ່ງທີ່ຈຳເປັນ ເພາະນອກຈາກຈະເພີ່ມໂອກາດທີ່ເຮົາຈະເຮັດວຽກສໍາເລັດແລ້ວ ກໍເພີ່ມຄວາມສະບາຍໃຈໃຫ້ຕົວເຮົາດ້ວຍ.
4. ເລີ່ມຈາກກ້າວເທື່ອລະໜ້ອຍ
ງານໃຫຍ່ຫຼາຍສ່ຳໃດ ເຮົາກໍອາດຈະເພີ່ມຄວາມຫວັງວ່າມັນຕ້ອງອອກມາດີເທົ່ານັ້ນ. ດັ່ງນັ້ນ, ເລີ່ມຕົ້ນຈາກກ້າວນ້ອຍໆ ແຕ່ໝັ້ນຄົງດີກວ່າ ເພາະຢ່າງໜ້ອຍຄວາມຮູ້ສຶກເຮົາກໍອາດຈະເສຍໄປໜ້ອຍກວ່າເຊັ່ນ: ຖ້າຫາກວ່າເຮົາຢາກເປີດຮ້ານ ເຂົ້າໜົມ (Bakery) ການຟ້າວແລ່ນເຂົ້າໄປຊື້ທີ່ດິນ, ສ້າງຕຶກ ແລະ ເລີ່ມຂາຍເລີຍ ອາດຈະມີຄວາມສ່ຽງຫຼາຍເກີນໄປ, ລອງປ່ຽນມາເປັນຮຽນເຮັດຢູ່ບ້ານໃຫ້ຄົນໃນຄອບຄົວລອງຊິມ ແລະ ເຮັດຂາຍໃຫ້ເພື່ອນບ້ານ ເພື່ອເປັນການລອງວ່າເຮົາຈະສາມາດເຮັດທຸລະກິດນີ້ເປັນອາຊີບໄດ້ແທ້ໆ ເມື່ອໝັ້ນໃຈແລ້ວຄ່ອຍດຳເນີນການສ້າງທຸລະກິດໃນເກນທີ່ໃຫ່ຍຂຶ້ນໃນພາຍຫຼັງ.
5. ທົບທວນກ້າວທີ່ຜ່ານມາຂອງເຮົາ
ຕ້ອງໝັ້ນໃຈວ່າໄດ້ເຮັດຕາມແຜນແລ້ວ ເພາະຖ້າຫາກສຸດທ້າຍແລ້ວ ຜົນທີ່ອອກມາບໍ່ກົງກັບທີ່ຕັ້ງໃຈໄວ້ໃນຕອນທຳອິດ ອາດເປັນການຊໍ້າເຕີມໃຫ້ເຮົາແຮ່ງຢ້ານການເລີ່ມຕົ້ນ ແລະ ບໍ່ກ້າທີ່ຈະເຮັດມັນອີກ.
6. ເກັບກ່ຽວຄວາມມ່ວນຊື່ນຈາກວຽກ
ສຸດທ້າຍແລ້ວ, ຫາກຕ້ອງປະເຊີນໜ້າກັບຄວາມຜິດພາດ ຢ່າງໜ້ອຍເຮົາກໍມ່ວນ ແລະ ໄດ້ປະສົບການຈາກການປະຈົນໄພຄັ້ງນີ້. ເມື່ອການເດີນທາງຄັ້ງໜ້າມາຮອດ ເຮົາຈະບໍ່ລັງເລທີ່ຈະເຮັດມັນອີກ ເພາະຮູ້ວ່າມີຄວາມສະໜຸກສະໜານມ່ວນຊື່ນແບບນີ້ຖ້າຢູ່ນັ້ນເອງ.
.
ສະຫຼຸບແລ້ວ, ຊ່ວງເວລາ ແລະ ຄວາມຢ້ານມີຜົນຕໍ່ການສ້າງສັນວຽກຫຼາຍ. ດັ່ງນັ້ນ, ຄວນເລືອກເວລາທີ່ເໝາະສົມໃນການເຮັດວຽກ ແລະ ຄິດແຜນສຳຮອງກ່ອນເລີ່ມວຽກສະເໝີ ເພື່ອໃຫ້ວຽກດຳເນີນໄປຢ່າງລ່ຽນໄຫຼ ປາສະຈາກຄວາມຢ້ານ ເຊິ່ງເປັນໂຕທີ່ດຶງເຮົາອອກຈາກຄວາມສຳເລັດ.
.
Comet Digital Agency ຮັບສ້າງແອັບ, ອອກແບບ ແລະ ພັດທະນາແອັບພລິເຄຊັນມືຖືໃຫ້ແທດເໝາະກັບທຸລະກິດ ແລະ ຄວາມຕ້ອງການຂອງທ່ານ.
.
Sources: https://www.inc.com/…/these-are-the-best-times-to-do…
https://corporatefinanceinstitute.com/…/earnings-call/
https://hbr.org/…/the-dangers-of-late-afternoon…
https://www.lifehack.org/…/cant-think-of-creative-ideas…
https://kids.frontiersin.org/article/10.3389/frym.2017.00019
#CometDigitalAgency #InnovateTogether #MobileAppDev #SoftwareCompany #Laos