9 ເຫດຜົນວ່າ ເປັນຫຍັງທຸລະກິດຂອງທ່ານຈຶ່ງຄວນມີ ແອັບພລິເຄຊັນເທິງມືຖື

ໂທລະສັບມືຖື ຫຼື ສະມາດໂຟນ (Smart phone) ເປັນສ່ວນໜຶ່ງທີ່ສຳຄັນໃນຊີວິດປະຈຳວັນຂອງພວກເຮົາ ແລະ ສ່ວນໜຶ່ງເຮັດໃຫ້ມັນມີຄວາມສາມາດຂຶ້ນກໍຍ້ອນ “ແອັບພລິເຄຊັນເທິງມືຖື”ນີ້ເອງ.

ຈາກສະຖິຕິ Digital Report 2021 ຈາກ We Are social ແລະ Hootsuite ໄດ້ລາຍງານວ່າ ຈຳນວນຜູ້ໃຊ້ງານອິນເຕິເນັດອາຍຸລະຫວ່າງ 16-64 ປີຊື້ເຄື່ອງອອນລາຍຢູ່ເທິງໂທລະສັບມືຖືກວມເອົາ 55.4% ທົ່ວໂລກ ຮອງລົງມາແມ່ນໃຊ້ຄອມພິວເຕີກວມເອົາ 34.2%.

ນີ້ໄດ້ສະແດງເຖິງຄວາມສຳຄັນ ແລະ ພຶດຕິກຳການປ່ຽນແປງຂອງຜູ້ຄົນທີ່ ບັນດາທຸລະກິດຕ້ອງໄດ້ເອົາໃຈໃສ່ ຖ້າຕ້ອງການຍົກລະດັບແບຣນໄປພ້ອມກັບທຸລະກິດ. ນັກທຸລະກິດທັງຫຼາຍຕ້ອງໄດ້ເຮັດແອັບໃຫ້ເຂົ້າກັບຮ້ານຄ້າ ແລະ ທຸລະກິດຂອງທ່ານ.

ເພາະການມີໄອຄອນ ເທິງມືຖືຂອງລູກຄ້າຖືເປັນສິ່ງຈຳເປັນສຳລັບການຕະຫຼາດດິຈິຕອນ ເພື່ອບໍ່ໃຫ້ເຈົ້າຂອງແບຣນຖືກແພລັດຟອມອື່ນແຊກແຊງ ແຕ່ເປັນຊ່ອງທາງທີ່ສ້າງຂຶ້ນເພື່ອໃຫ້ຜູ້ໃຊ້ງານ, ຜູ້ສົນໃຈ ຫຼື ຜູ້ມີສ່ວນໃນທຸລະກິດສາມາດເຊື່ອມຕໍ່ເພື່ອຮັບການບໍລິການ ຮັບຂໍ້ມູນທີ່ທາງເຈົ້າຂອງແບຣນກຽມໄວ້ ແລະ ນີ້ຄື 9 ເຫດຜົນວ່າ ເປັນຫຍັງທຸລະກິດຂອງທ່ານຈຶ່ງຄວນມີ ແອັບພລິເຄຊັນເທິງມືຖື.

1 ເຮັດໃຫ້ຜູ້ຄົນມີໂອກາດທີ່ຈະໄດ້ເຫັນຜ່ານຕາຢູ່ສະເໝີ
ດັ່ງທີ່ກ່າວໄປວ່າ ໂທລະສັບເປັນສ່ວນໜຶ່ງໃນຊີວິດ ແລະ ເປັນໂອກາດທີ່ຜູ້ຄົນຈະເຫັນແບຣນ ໂດຍສະເພາະການອອກແບບໂລໂກ້ທີ່ໂດດເດັ່ນສະດຸດຕາ ເພາະເວລາເລື່ອນໜ້າຈໍ ຫຼື ຄົ້ນຫາແອັບທີ່ຕ້ອງການ ກຸ່ມຄົນເຫຼົ່ານັ້ນຕ້ອງເຫັນແອັບຜ່ານຕາ ແລະ ການຮູ້ຈັກແບຣນກໍມີສິດຫຼາຍຂຶ້ນ.

2 ເປັນຊ່ອງທາງເຮັດການຕະຫຼາດທີ່ເຂົ້າເຖິງລູກຄ້າໄດ້ໂດຍກົງ
ຟັງຊັນການໃຊ້ແອັບພລິເຄຊັນເທິງມືຖື ສາມາດເລືອກເຮັດໄດ້ຢ່າງຫຼາກຫຼາຍ ບໍ່ວ່າຈະເປັນການໃຫ້ຂໍ້ມູນຕ່າງໆກ່ຽວກັບສິນຄ້າ, ລາຄາຂາຍ, ລາຍລະອຽດການຈອງ ແລະ ສົ່ງຂໍ້ຄວາມ ຫຼື ການສົ່ງແຈ້ງເຕືອນ (Push Notification) ທີ່ສາມາດເຂົ້າເຖິງລູກຄ້າໄດ້ໂດຍກົງ.

3 ຊ່ວຍໃຫ້ລູກຄ້າມີຄວາມສະດວກຫຼາຍຂຶ້ນ
ການມີແອັບພລິເຄຊັນເທິງມືຖືສາມາດເພີ່ມຟັງຊັນການສະສົມຄະແນນແທນການໃຊ້ບັດສະສົມຮູບແບບເດີມໆ ເຊິ່ງຫຼາຍຄັ້ງທາງລູກຄ້າເອງກໍມັກພົບກັບບັນຫາເຫຼົ່ານີ້ບໍ່ວ່າຈະລືມ ຫຼື ເຮັດເສຍ.

4 ເຮັດໃຫ້ແບຣນເປັນທີ່ຮູ້ຈັກ ແລະ ຈື່ຈຳ
ຊ່ວຍໃຫ້ແບຣນຕົນເອງເປັນທີ່ຈື່ຈຳ ແລະ ຮູ້ຈັກຫຼາຍຂຶ້ນ ເຊິ່ງເປັນເລື່ອງດີເພາະເປັນການໂປຣໂມດສິນຄ້າ ແລະ ແບຣນໄປໃນຕົວ ແຖມຍັງເຮັດໃຫ້ສິນຄ້າ ຫຼື ການບໍລິການຂອງແບຣນມີໂອກາດໄດ້ຮັບຄວາມນິຍົມອີກດ້ວຍ.

5 ຊ່ວຍໃຫ້ລູກຄ້າມີຊ່ອງທາງໃນການຕິດຕໍ່ເພີ່ມຫຼາຍຂຶ້ນ
ມີລູກຄ້າຈຳນວນຫຼາຍຮູ້ສຶກສະດວກທີ່ຈະໃຊ້ຂໍ້ຄວາມເປັນຊ່ອງທາງໃນການຕິດຕໍ່ ການທີ່ແອັບພລິເຄຊັນເທິງມືຖືມີລະບົບການສົ່ງຂໍ້ຄວາມ (Messaging App) ຈຶ່ງເຮັດໃຫ້ລູກຄ້າຮູ້ສຶກວ່າການເຂົ້າເຖິງເປັນເລື່ອງງ່າຍ.

6 ເພີ່ມໂອກາດທີ່ຈະກ້າວໄປໄກໄດ້ກວ່າຄູ່ແຂ່ງ
ແນວໂນ້ມຄວາມນິຍົມທີ່ຫຼາຍໆທຸລະກິດຫັນມາມີແອັບພລິເຄຊັນເທິງມືຖືຍັງຢູ່ໃນຊ່ວງເລີ່ມຕົ້ນ ຫາກໃຜເລີ່ມກ່ອນຜູ້ນັ້ນຈະໄດ້ປຽບ ເພາະນອກຈາກມີແອັບເປັນຂອງຕົນເອງ ຍັງສະແດງເຖິງວິໄສທັດທີ່ລຳ້ໜ້າກ່ອນຄູ່ແຂງ.

7 ຊ່ວຍໃຫ້ລູກຄ້າເກີດຄວາມພັກດີຕໍ່ແບຣນ
ການເຮັດໃຫ້ເກີດຄວາມພັກດີຕໍ່ແບຣນ ເປັນຫົວໃຈສຳຄັນຂອງການເຮັດທຸລະກິດ ເພາະການມີແອັບປຽບເໝືອນຈຸດເຊື່ອມຕໍ່ທີ່ຈະເຮັດໃຫ້ເຈົ້າຂອງແບຣນໄດ້ໃກ້ຊິດນຳລູກຄ້າຫຼາຍຂຶ້ນ.

8 ສາມາດເອົາຂໍ້ມູນທີ່ສຳຄັນໄປວິເຄາະຕໍ່ໄປ
ຫາກແອັບພລິເຄຊັນຂອງທ່ານຈັດໂຄງສ້າງໃນແອັບໄດ້ຢ່າງຖືກຕ້ອງ ເຈົ້າຂອງທຸລະກິດສາມາດວິເຄາະໄດ້ວ່າ ຜູ້ຄົນໂຕ້ຕອບກັນພາຍໃນແອັບເປັນແນວໃດ ຊ່ວງເວລາສະເລ່ຍທີ່ຜູ້ໃຊ້ເບິ່ງແອັບໄປຈົນເຖິງຈຳນວນເງິນທີ່ພວກເຂົາໃຊ້ໄປກັບໂປຣແກຣມຄວາມພັກດີ (Loyalty Program) ໃນແຕ່ລະຄັ້ງ.

9 ຊ່ວຍເພີ່ມກຳໄລໃຫ້ທຸລະກິດຕົນເອງ
ເມື່ອທຸລະກິດ ແລະ ສິນຄ້າໄດ້ຮັບຄວາມສົນໃຈກັບຄວາມເພິ່ງພໍໃຈຫຼາຍຂຶ້ນ ຄວາມຕ້ອງການຜູ້ບໍລິໂພກກໍຕ້ອງເພີ່ມຂຶ້ນຕາມໄປນຳ. SalesForce ໄດ້ໃຫ້ຂໍ້ມູນວ່າ 70%ຂອງປະສົບການຊື້ນັ້ນມີອິດທິພົນຈາກຄວາມຮູ້ສຶກຂອງລູກຄ້າທີ່ໄດ້ຮັບການປະຕິບັດ ຫຼື ການໄດ້ໃຊ້ບໍລິການ.

ອ້າງອີງ:
https://www.privageapp.com/blog/why-business-need-mobile-application https://www.privageapp.com/blog/why-business-need-mobile-applicationhttps://www.gramdigital.net/blog/4-benefit-of-mobile-app-for-businesshttps://www.gramdigital.net/blog/4-benefit-of-mobile-app-for-business https://lvivity.com/why-business-needs-mobile-application https://lvivity.com/why-business-needs-mobile-applicationhttps://datareportal.com/reports/digital-2021-global-overview-reporthttps://datareportal.com/reports/digital-2021-global-overview-report

Leave a Comment

Your email address will not be published. Required fields are marked *