ໃນຊ່ວງນີ້ ຫຼາຍໆຄົນກຳລັງຫັນມາໃຫ້ຄວາມສົນໃຈກັບ OKR ໃນຖານະກະແຈສຳຄັນທີ່ຈະຊ່ວຍຊຸກຍູ້ອົງກອນ ໃຫ້ປະສົບຜົນສຳເລັດໄດ້ຢ່າງມີປະສິດທິພາບທີ່ສຸດ, ມາຮອດຈຸດນີ້ຫຼາຍຄົນອາດຈະຍັງບໍ່ເຂົ້າໃຈວ່າ OKR ນັ້ນແມ່ນຫຍັງ.
ເຊິ່ງມື້ນີ້ແອັດຈະມາອະທິບາຍເພີ່ມເຕີມກ່ຽວກັບ OKR ໃຫ້ລູກເພສໄດ້ເຂົ້າໃຈກັນຕື່ມ.
OKR ຫຍໍ້ມາຈາກ Objective Key Results ເຊິ່ງໝາຍເຖິງ ໂຕວັດຜົນເປົ້າໝາຍ; ກໍຄື ເຄື່ອງມືໃນການຕັ້ງເປົ້າໝາຍ ແລະ ການກຳນົດໂຕວັດຜົນໃນເວລາດຽວກັນນັ້ນເອງ, ເຊິ່ງຫຼາຍອົງກອນ ໃຊ້ເປັນເຄື່ອງມືສຳຄັນໃນການຂັບເຄື່ອນອົງກອນໄປສູ່ຄວາມສຳເລັດ ເພາະມີເປົ້າໝາຍທີ່ເຫັນໄດ້ຊັດເຈນ ແລະ ມີພັນທະກິດທີ່ຊີ້ໄປເຖິງ ວິທີເດີນທາງສູ່ເປົ້າໝາຍໄດ້ເຂົ້າໃຈງ່າຍ ລວມເຖິງສາມາດນຳໄປປະຕິບັດໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ.
ເຮົາມາລອງເບິ່ງລາຍລະອຽດນຳກັນວ່າ OKR ຈະປະກອບມາຈາກຫຍັງແດ່ ແລະ ມີຄວາມໝາຍສຳຄັນແນວໃດແດ່.
Objective - ເປົ້າໝາຍ
ເຊິ່ງໝາຍເຖິງຈຸດທີ່ເຮັດໃຫ້ບັນລຸຄວາມສຳເລັດຕາມທີ່ອົງກອນຄາດຫວັງໄວ້ ການຕັ້ງເປົ້າໝາຍໃນຂໍ້ຍ່ອຍລົງມານັ້ນຄວນໃຫ້ສອດຄ່ອງກັບເປົ້າໝາຍຫຼັກຂອງອົງກອນນຳ ແລະ ເປົ້າໝາຍໃນແຕ່ລະພະແນກ ຫຼື ພາກສ່ວນ ຕະຫຼອດເຖິງເປົ້າໝາຍສ່ວນບຸກຄົນອາດຈະບໍ່ຄືກັນ ແຕ່ຕ້ອງໄປໃນທິດທາງດຽວກັນ ແລະ ມີສ່ວນເສີມໃຫ້ອົງກອນປະສົບຄວາມສຳເລັດໄດ້ເຊັ່ນກັນ.
# ຫຼັກການຕັ້ງເປົ້າໝາຍແບບ OKR
– ບໍ່ຄວນຕັ້ງເປົ້າໝາຍທີ່ຕໍ່າເກີນໄປ ຫຼື ບັນລຸເປົ້າໝາຍໄດ້ງ່າຍ ເພາະຈະກໍ່ໃຫ້ເກີດແຮງຈູງໃຈ ຫຼື ແຮງກະຕຸ້ນໃນການເຮັດວຽກທີ່ມີປະສິດທິພາບ.
– ຄວນຕັ້ງເປົ້າໝາຍໃຫ້ສອດຄ່ອງກັບເປົ້າໝາຍຫຼັກຂອງອົງກອນ ແລະ ເປົ້າໝາຍຍ່ອຍຄວນສົ່ງເສີມເປົ້າໝາຍໃຫຍ່ໃຫ້ສຳເລັດໄດ້.
– ເປົ້າໝາຍ OKR ຂອງແຕ່ລະພະແນກ ຫຼື ບຸກຄົນ ບໍ່ຈຳເປັນຈະຕ້ອງຄືກັນ, ແຕ່ຕ້ອງຕັ້ງໃຫ້ເໝາະສົມກັບວຽກຂອງແຕ່ລະຄົນ.
– ເປົ້າໝາຍທີ່ເຮັດໃຫ້ເຮົາສາມາດບັນລຸ ແລະ ເຮັດສຳເລັດໄດ້ 100% ອາດຈະເປັນຜົນລັບທີ່ດີ ແຕ່ອາດຈະບໍ່ແມ່ນການຕັ້ງເປົ້າໝາຍທີ່ດີ.
– ຖ້າຫາກວ່າເປົ້າໝາຍຍາກຫຼາຍເທົ່າໃດ ຈະສາມາດຊ່ວຍກະຕຸ້ນໃຫ້ທຸກຄົນມີພະລັງໃນການບັນລຸເປົ້າໝາຍໄດ້ຫຼາຍເທົ່ານັ້ນ.
– ບໍ່ຄວນຕັ້ງເປົ້າໝາຍທີ່ສູງຈົນເກີນໄປ ຈົນເຮັດໃຫ້ບໍ່ຢາກເອົາຊະນະ ແລະ ບັນລຸມັນໃຫ້ສຳເລັດ.
– ການຕັ້ງເປົ້າໝາຍຄວນອີງຈາກຂໍ້ມູນຄວາມເປັນຈິງທີ່ມີຢູ່ ບໍ່ແມ່ນຕັ້ງຂຶ້ນມາລອຍໆຈົນເກີນຈິງ.
– ການຕັ້ງເປົ້າໝາຍທີ່ດີ ຈະສາມາດບົ່ງບອກເຖິງວິທີບັນລຸເປົ້າໝາຍໄດ້ຢ່າງຊັດເຈນ.
Key Results - ໂຕວັດຜົນ
ຖ້າແປຕາມໂຕເລີຍແທ້ໆ ກໍຈະໝາຍເຖິງຜົນລັບທີ່ເຮົາຕັ້ງໄວ້ ວ່າຢາກໃຫ້ມັນອອກມາແບບໃດນັ້ນເອງ ແຕ່ມັນກໍສາມາດປ່ຽນໄປເປັນກະແຈທີ່ສຳຄັນທີ່ກາຍເປັນຕົວວັດຜົນລັບໄດ້ເຊັ່ນກັນ; ເຊິ່ງນີ້ແມ່ນເກນທີ່ເຮົາຕັ້ງໄວ້ ທີ່ຈະສາມາດບອກໄດ້ວ່າ ຜົນລັບຈາກການກະທຳຂອງເຮົານັ້ນສຳເລັດ ຫຼື ລົ້ມເຫຼວ.
# ຫຼັກການກຳນົດໂຕວັດຜົນແບບ OKR
– ຄວນກຳນົດໂຕວັດຜົນໃຫ້ສອດຄ່ອງກັບເປົ້າໝາຍທີ່ຕັ້ງໄວ້, ຜົນລັບນີ້ຈະເປັນໂຕບົ່ງບອກວິທີ ທີ່ເຮັດໃຫ້ປະສົບຜົນສຳເລັດໄດ້ເຊັ່ນກັນ.
– ໂຕວັດຜົນຄວນມີຄວາມຊັດເຈນ, ປະຕິບັດໄດ້ແທ້ ແລະ ວັດແທກໄດ້ຖືກຕ້ອງ.
– ຄວນມີການປະເມີນຜົນໃນການວັດຜົນປະກອບເຂົ້ານຳ ເພື່ອກວດປະສິດທິພາບຂອງໂຕວັດຜົນວ່າ ເໝາະສົມ ຫຼື ບໍ່.
– ການກຳນົດໂຕວັດຜົນບໍ່ຄວນເລື່ອນລອຍ ຫຼື ເບິ່ງບໍ່ເຫັນຄວາມເປັນຮູບປະທຳ.
– ໂຕວັດຜົນຂອງແຕ່ລະພະແນກ ຫຼື ແຕ່ລະບຸກຄົນ ບໍ່ຈຳເປັນຕ້ອງຄືກັນ, ແຕ່ຕ້ອງກຳນົດໃຫ້ສອດຄ່ອງໄປໃນທິດທາງດຽວກັນກັບອົງກອນ.
– ການກຳນົດໂຕວັດຜົນທີ່ທ້າທາຍ ຈະຊ່ວຍກະຕຸ້ນໃຫ້ເຮົາມີພະລັງໃນການເອົາຊະນະເປົ້າໝາຍໄດ້ຫຼາຍຂຶ້ນ.
– ການກຳນົດໂຕວັດຜົນທີ່ບໍ່ມີແຮງຈູງໃຈ ກໍຈະເຮັດໃຫ້ການບັນລຸເປົ້າໝາຍ ຂາດແຮງຈູງໃຈເຊັ່ນກັນ.
– ຄວນກຳນົດໂຕວັດຜົນຈາກຂໍ້ມູນທີ່ເປັນຈິງຂອງອົງກອນ ບໍ່ແມ່ນຕັ້ງຂຶ້ນມາຫຼິ້ນໆ ໂດຍບໍ່ມີຫຼັກການ.
ອ້າງອີງ:
https://www.okr-thai.com/okr-guide/
https://www.prachachat.net/csr-hr/news-209471
https://www.rs.co.th/th/okr-เครื่องมือสู่ความสำเร/
#CometDigitalAgency #InnovateTogether #MobileAppDev #Laos